ລາວເຊຟ (LaoSafe) ແມ່ນຫຍັງ?

LaoSafe ແມ່ນໂຄງການກ່ຽວກັບສຸຂະພາບ ແລະ ສຸຂະນາໄມສໍາລັບຂະແໜງທ່ອງທ່ຽວ ແລະ ການບໍລິການ ເຊິ່ງຖືກຮັບຮອງຢ່າງເປັນທາງການຈາກກະຊວງ ສາທາລະນະສຸກ ແລະ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ໂຄງການ LaoSafe ປະກອບມີ ມາດຕະຖານທາງດ້ານສຸຂະພາບ ແລະ ການແຕ່ງກາຍທີ່ຖືກສຸຂະນາໄມ ສໍາລັບ ຂະແໜງຍ່ອຍຕ່າງໆໃນອຸດສາຫະກໍາທ່ອງທ່ຽວ ແລະ ຕ້ອນຮັບ, ລວມທັງ ສໍາລັບຜູ້ສະໜອງທີ່ພັກ, ຮ້ານອາຫານ ແລະ ເຄື່ອງດື່ມ, ສະຖານທີ່ດຶງດູດນັກທ່ອງທ່ຽວ, ສາຍການບິນ, ຜູ້ນໍາທ່ຽວ ແລະ ຄົນຂັບລົດ.

ໂດຍການປະຕິບັດງານພາຍໃຕ້ຄະນະກໍາມະການຊີ້ນຳ ຊຶ່ງເປັນປະທານ ໂດຍທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ, ມາດຕະຖານເຫຼົ່ານີ້ ໄດ້ພັດທະນາ ໂດຍການຮ່ວມມືລະຫວ່າງ ກະຊວງ ຖວທ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາສະມາຄົມນັກທຸລະກິດ, ລວມທັງ ສະມາຄົມໂຮງແຮມ ແລະ ຮ້ານອາຫານ, ສະມາຄົມບໍລິສັດທ່ອງທ່ຽວ, ສະມາຄົມບໍລິສັດນໍາທ່ຽວ, ສະມາຄົມລົດທ່ອງທ່ຽວ ແລະ ຄູ່ຮ່ວມເອກະຊົນທີ່ສໍາຄັນ ລວມທັງ ການບິນລາວ, ສະກາຍເວ, ໂຮງແຮມ ຄຣາວ ພລາຊ່າ ແລະ ອື່ນໆ. ຈາກນັ້ນ, ແຕ່ລະຂົງເຂດ ກໍໄດ້ມີການທົບທວນຄືນມາດຕະຖານຕ່າງໆດ້ວຍຕົນເອງ ແລະ ກໍໄດ້ຖືກຮັບຮອງໂດຍກະຊວງ ສາທາລະນະສຸກ.

ການສະໜັບສະໜູນທາງດ້ານເຕັກນິກ ແລະ ການເງິນ ສໍາລັບໂຄງການ LaoSafe ແມ່ນໄດ້ຮັບ ການສະໜັບສະໜູນຈາກໂຄງການ ທັກສະຄວາມຮູ້ສໍາລັບວຽກງານທ່ອງທ່ຽວ (LAO/029) ຕັ້ງແຕ່ເດືອນພຶດສະພາ 2021 ຫາເດືອນກັນຍາ 2022.

ໂຄງການລາວເຊຟ ໄດ້ຮັບການສະໜັບສະໜູນໂດຍ ໂຄງການທັກສະສຳລັບວຽກງານການທ່ອງທ່ຽວ (LAO/029), ເຊິ່ງເປັນການສະໜອງທຶນຮ່ວມໂດຍ ລັດຖະບານແຫ່ງ ສປປ ລາວ, ລັດຖະບານລຸກຊໍາບວກ ແລະ ສະວິດເຊີແລນ ແລະ ຈັດຕັ້ງປະຕິບັດໂດຍ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການ LuxDev, ອົງການຮ່ວມມືເພື່ອການພັດທະນາແຫ່ງລຸກຊໍາບວກ.