LaoSafe ແມ່ນໂຄງການກ່ຽວກັບສຸຂະພາບ ແລະ ສຸຂະນາໄມສໍາລັບຂະແໜງທ່ອງທ່ຽວ ແລະ ການບໍລິການ ເຊິ່ງຖືກຮັບຮອງຢ່າງເປັນທາງການຈາກກະຊວງ ສາທາລະນະສຸກ ແລະ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ໂຄງການ LaoSafe ປະກອບມີ ມາດຕະຖານທາງດ້ານສຸຂະພາບ ແລະ ການແຕ່ງກາຍທີ່ຖືກສຸຂະນາໄມ ສໍາລັບ ຂະແໜງຍ່ອຍຕ່າງໆໃນອຸດສາຫະກໍາທ່ອງທ່ຽວ ແລະ ຕ້ອນຮັບ, ລວມທັງ ສໍາລັບຜູ້ສະໜອງທີ່ພັກ, ຮ້ານອາຫານ ແລະ ເຄື່ອງດື່ມ, ສະຖານທີ່ດຶງດູດນັກທ່ອງທ່ຽວ, ສາຍການບິນ, ຜູ້ນໍາທ່ຽວ ແລະ ຄົນຂັບລົດ.
ນັບແຕ່ເລີ່ມເປີດຕົວໃນເດືອນ ທັນວາ 2021
ຮ້ານອາຫານ
ໂຮງແຮມ
ຜູ້ນໍາທ່ຽວ
ຄົນຂັບລົດ
ສາຍການບິນ
ແຕ່ລະບ່ອນໄດ້ດໍາເນີນການປະເມີນ ແລະ ຢັ້ງຢືນ ຜ່ານໂຄງການ Laosafe.

ໂດຍການປະຕິບັດງານພາຍໃຕ້ຄະນະກໍາມະການຊີ້ນຳ ຊຶ່ງເປັນປະທານ ໂດຍທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ, ມາດຕະຖານເຫຼົ່ານີ້ ໄດ້ພັດທະນາ ໂດຍການຮ່ວມມືລະຫວ່າງ ກະຊວງ ຖວທ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາສະມາຄົມນັກທຸລະກິດ, ລວມທັງ ສະມາຄົມໂຮງແຮມ ແລະ ຮ້ານອາຫານ, ສະມາຄົມບໍລິສັດທ່ອງທ່ຽວ, ສະມາຄົມບໍລິສັດນໍາທ່ຽວ, ສະມາຄົມລົດທ່ອງທ່ຽວ ແລະ ຄູ່ຮ່ວມເອກະຊົນທີ່ສໍາຄັນ ລວມທັງ ການບິນລາວ, ສະກາຍເວ, ໂຮງແຮມ ຄຣາວ ພລາຊ່າ ແລະ ອື່ນໆ. ຈາກນັ້ນ, ແຕ່ລະຂົງເຂດ ກໍໄດ້ມີການທົບທວນຄືນມາດຕະຖານຕ່າງໆດ້ວຍຕົນເອງ ແລະ ກໍໄດ້ຖືກຮັບຮອງໂດຍກະຊວງ ສາທາລະນະສຸກ.
ການທີ່ບັນດາທຸລະກິດເຂົ້າຮ່ວມ ຝຶກອົບຮົມ ແລະ ການຢັ້ງຢືນຄວາມປອດໄພ ໃນໂຄງການ “LaoSafe”, ສິ່ງນີ້ ຈະເຮັດໃຫ້ເກີດການສ້າງຈຸດໝາຍປາຍທາງທີ່ປອດໄພ ແລະ ສະອາດຂຶ້ນ ສໍາລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ນີ້ເປັນຄວາມຫວັງຂອງໂຄງການທີ່ຟອງສະບູ່ນີ້ຈະສືບຕໍ່ຂະຫຍາຍຕົວ ຊຶ່ງໃນທ້າຍທີ່ສຸດແລ້ວ ຈະຂະຫຍາຍໄປທົ່ວປະເທດລາວ ຊຶ່ງຈະນໍາໃຊ້ມາດຕະຖານສາກົນກ່ຽວກັບສຸຂະນາໄມສໍາລັບອຸດສາຫະກໍາການທ່ອງທ່ຽວໃນທົ່ວປະເທດ.
ສໍາລັບຂໍ້ມູນເພີ່ມຕື່ມ ລວມທັງ ການເຂົ້າເຖິງຂໍ້ມູນກ່ຽວກັບມາດຕະຖານ ແລະ ການສະໝັກ, ໃຫ້ເຂົ້າເຖິງ ເອກະສານ LaoSafe ຂອງພວກເຮົາ.